ເປົ້າໝາຍ-ພື້ນຖານການກໍ່ຕັ້ງ
ການສ້າງເຂດສາມຫຼ່ຽມພັດທະນາເສດຖະກິດ ອິງໃສ່ພື້ນຖານລວມແມ່ນຜົນປະໂຫຍດໄດ້ຈາກການຮ່ວມມືເຂດແຄ້ວນນ້ອຍຫຼາຍກ່ວາຜົນປະໂຫຍດໄດ້ຈາກ ການພັດທະນາເອກະລາດ. ສາມຫຼ່ຽມພັດທະນາແມ່ນຮູບການຮ່ວມມືໃນເຂດແຄ້ວນນ້ອຍສຳລັບສາມປະເທດ. ພື້ນຖານການກໍ່ຕັ້ງເຂດສມຫຼ່ຽມພັດທະນາຈະໄດ້ແລກປ່ຽນໂດຍອິງໃສ່ບັນດາບົດວິພາກເສດຖະກິດ, ການເມືອງ ແລະ ສັງຄົມ.
ໃນທາງທິດສະດີ, ການພັດທະນາເຂດສາມຫຼ່ຽມເສດຖະກິດຈະສ້າງໃຫ້ມີການເຕີບໂຕທາງເສດຖະກິດ ໂດຍການນຳໃຊ້ບັນດາທ່າແຮງບົ່ມຊ້ອນທີ່ມີກັບທີ່ຢ່າງມີປະສິດທິຜົນສູງສຸດ.
ແຫຼ່ງບັນດານໃຈຢູ່ເບື້ອງຫຼັງຂອງການສ້າງເຂດສາມຫຼ່ຽມເສດຖະກິດແມ່ນການຮັບຮູ້ເຖິງຜົນປະໂຫຍດທີ່ຈະໄດ້ຮັບຈາກການຮ່ວມມືໃນເຂດ ຈຳໄດ້ຫຼາຍກ່ວາຜົນປະໂຫຍດທີ່ຈະໄດ້ຮັບຈາກການພັດທະນາແບບເອກະລາດ. ການພັດທະນາເຂດສາມຫຼ່ຽມເສດຖະກິດ ບັນດາປະເທດທີ່ມີສ່ວນກ່ຽວຂ້ອງ ສາມາດແກ້ໄຂຂໍ້ຈຳກັດດ້ານແຮງງານ, ເຕັກໂນໂລຢີ, ຊັບພະຍາກອນ, ທີ່ດິນ ແລະ ພື້ນຖານໂຄງລ່າງ ດ້ວຍວິທີການເຂົ້າເຖິງບັນດປັດໄຈຂາເຂົ້າທີ່ມີຢູ່ໃນເຂດພັດທະນາຢ່າງງ່າຍດາຍ.
ນອກຈາກຜົນປະໂຫຍດທີ່ແຕ່ລະປະເທດໄດ້ຮັບແລ້ວ, ເຂດສາມຫຼ່ຽມເສດຖະກິດຍັງສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດໃນເຂດ ຊຶ່ງໃນກໍລະນີການເຊື່ອມໂຍງແບບກ້ວາງຂວາງແມ່ນຍາກທີ່ຈະບັນລຸໄດ້, ການຮ່ວມມືມີລັກຊະນະສອງຕໍ່ສອງ ຫຼື ເຂດພັດທະນາອາດຈະເປັນບາດກ້າວເລີ່ມຕົ້ນເປີດກ້ວາງການຮ່ວມມືລະຫ່ວາງບັນດາປະເທດດ້ວຍກັນ.
ບັນດເຂດສາມຫຼ່ຽມເສດຖະກິດແມ່ນການສ້າງຕັ້ງຂຶ້ນໂດຍການເຕົ້າໂຮມບັນດາເຂດຕິດຈອດກັນລະຫ່ວາງປະເທດຕ່າງໆ ຊຶ່ງບັນດາເຂດດັ່ງກ່າວແມ່ນເຂດທີ່ຫຼ້າຫຼັງທີ່ສຸດ.
ເຂດສາມຫຼ່ຽມເສດຖະກິດຍັງມີຄວາມໝາຍໃນດ້ານສ້າງສັນຕິພາບ ແລະ ຄວາມສະຫງົບໃນເຂດ. ການຮ່ວມມືໃນການຈັດຕັ້ງປະຕິບັດແລະ ນຳໃຊ້ເຂດສາມຫຼ່ຽມເສດຖະກິດ ບໍ່ແມ່ນສະເພາະແຕ່ຢູ່ໃນລະດັບຊາດ, ແຕ່ຍັງພັດທະນາເຂົ້າສູ່ລວງເລິກກາຍເປັນການຮ່ວມມືໂດຍກົງຂອງອຳນາດການປົກຄອງທ້ອງຖິ່ນ. ດ້ວຍການສ້າງຂໍ້ຜູກພັນ ແລະ ຄວາມກ່ຽວຂ້ອງເຊິ່ງກັນ ແລະ ກັນດ້ານເສດຖະກິດຂອງທ້ອງຖິ່ນ, ຊຶ່ງການໃຊ້ກຳລັງຈະບໍ່ແມ່ນວິທີທີ່ເລືອກມປະຕິບັດເພື່ອແກ້ໄຂຂໍ້ຜິດພາດຕ່າງໆ ທີ່ເກີດຂຶ້ນຊຶ່ງຈະເຮັດໃຫ້ກະທົບເຖິງການເຄື່ອນໄຫວດ້ານເສດຖະ ກິດ.
ເຂດສາມຫຼ່ຽມເສດຖະກິດຍັງຊ່ວຍປົກປອ້ງຄວາມສະຫງົບ ພາຍໃນຂອງແຕ່ລະປະເທດ ເນື່ອງຈາກມີຜົນປະໂຫຍດຮ່ວມກັນ. ເຂດຊາຍແດນຂອງແຕ່ລະປະເທດ ສ່ວນຫຼາຍແມ່ນເຂດທີ່ຢູ່ອາໃສຂອງຊົນເຜົ່າສ່ວຍນ້ອຍ, ຜົນປະໂຫຍດຈາກການເປີດກ້ວາງການຄ້າຊາຍແດນ ແລະ ການລົງທຶນ ຈະຊ່ວຍພັດທະນາເຂດຊາຍແດນ ຊຶ່ງ ບັນດາເຂດດັ່ງກ່າວແມ່ນເຂດທີ່ໄດ້ຮັບຄວາມເອົາໃຈໃສ່ນ້ອຍທີ່ສຸດ ຈາກບັນດາແຜນຍຸດທະສາດການພັດທະນາເສດຖະກິດແຫ່ງຊາດ ແລະ ນັກລົງທຶນຕ່າງປະເທດ. ການພັດທະນາຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນ ແລະ ສ້າງລາຍຮັບໃຫ້ເຂົາເຈົ້າ ຈະແກ້ໄຂໄດ້ຂໍ້ຄັດແຍ່ງດ້ານເສດຖະກິດ.
ພື້ນຖານຂອງການກໍ່ຕັ້ງເຂດສາມຫຼ່ຽມເສດຖະກິດ ໃນແງຂອງບົດວິພາກທາງສັງຄົມ ມີສ່ວນກ່ຽວພັນສະໜິດແໜ້ນກັບດ້ານເສດຖະກິດ ແລະ ການເມືອງ. ການພົວພັນການຄ້າຊາຍແດນຈະເພີ້ມທະວີຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ແລະ ຈະຊ່ວຍປັບປຸງຄວາມສະຫງົບຊາຍແດນ. ໃນບົດວິພາກທາງດ້ານສັງຄົມໄດ້ລະບຸແຈ້ງວ່າ ຈະ ຍົກສູງລະດັບຊີວິດການເປັນຢູ່ໃຫ້ປະຊາຊົນ ຢູ່ໃນເຂດສາມຫຼ່ຽມພັດທະນາ. ສະນັ້ນ, ສາມາດເວົ້າໄດ້ວ່າ ການພັດທະນາເສດຖະກິດຈະຊ່ວຍພັດທະນາຂະແໜງການອື່ນໆເຊັ່ນ: ການສຶກສາທີ່ດີ, ສາທາລະນະສຸກ ແລະ ຄວາມປອດໄພດ້ານສັງຄົມ.
ເຂດສາມຫຼ່ຽມພັດທະນາ ຮັບປະກັນຍົກສູງລະດັບຊີວິດການເປັນຢູ່ໃຫ້ປະຊາຊົນ ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍໃນເຂດ, ຊຸກຍູ້ການຮ່ວມມືສະກັດກັ້ນອາດສະກອນຂ້າມຊາດ ເຊັ່ນການຄ້າມະນຸດ ແລະ ຄ້າຢາເສບຕິດຜ່ານຊາຍແດນ.