ທ່ານ ຄຳໃບ ດຳລັດ ເຈົ້າແຂວງຄຳມ່ວນ ກ່າວໃນພິທີເປີດງານມະຫະກຳສົ່ງເສີມການທ່ອງທ່ຽວ ເຊື່ອມຕໍ່ 5 ແຂວງ ພາກກາງ ຄັ້ງທີ III ໃນວັນທີ 28 ມັງກອນ 2010 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ວ່າການຈັດງານຄັ້ງນີ້ ແມ່ນ ເພື່ອສົ່ງເສີມການທ່ອງທ່ຽວເຊື່ອມຕໍ່ ເປັນການສ້າງເງື່ອນໄຂ ປັດໄຈພື້ນຖານ ເຮັດໃຫ້ການທ່ອງທ່ຽວລາວ ສາມາດ ເຊື່ອມຍົງເຂົ້າກັບພາກພື້ນ ແລະ ສາກົນ.
ງານຄັ້ງນີ້ປະກອບມີຫຼາຍກິດຈະກຳ ເປັນຕົ້ນງານຕະຫຼາດນັດ ມີຮ້ານວາງສະແດງສິນຄ້າຈຳນວນ 571 ຮ້ານ ຈາກ ບັນດາແຂວງຕ່າງໆ ແລະ ປະເທດ ເພື່ອນບ້ານ ມີທັງຮ້ານວາງສະແດງສິນຄ້າ ຫັດຖະກຳ ກະສິກຳ ແລະ ການທ່ອງທ່ຽວ ພ້ອມທັງກິດຈະກຳກີລາ ສິລະປະ ວັດທະນະທຳ ອີກທັງມີການດຳ ເນີນກອງປະຊຸມວິຊາການເຊື່ອມຕໍ່ 5 ແຂວງພາກກາງ ຄັ້ງທີ IV ຊຶ່ງດຳເນີນຂຶ້ນ ໃນລະຫວ່າງວັນທີ 26-30 ມັງກອນ 2010 ພິເສດກໍເພື່ອເປັນການສົ່ງ ເສີມຂະບວນການສ້າງ ເມືອງທ່າແຂກ ເປັນເມືອງທ່ອງທ່ຽວ.
ຜ່ານການປະຕິບັດແນວທາງນະໂຍບາຍພັດທະນາສົ່ງເສີມການທ່ອງທ່ຽວ ຂອງພັກ-ລັດຖະບານ ໃນໄລຍະ 10 ກ່ວາປີ ຜ່ານມາ ເຫັນວ່າມີການເຕີບໃຫຍ່ ຂະຫຍາຍຕົວວ່ອງໄວ ມີອັດຕາສະເລ່ຍ ເພີ່ມຂຶ້ນ 21% ຕໍ່ປີ ໃນປີ 2008 ມີຈຳນວນນັກທ່ອງທ່ຽວຕ່າງປະເທດ ເຂົ້າມາປະເທດເຮົາ 1,7 ລ້ານຄົນ ທຽບ ໃສ່ປີ 2007 ເພີ່ມຂຶ້ນ 7% ສ້າງ ລາຍຮັບເຂົ້າປະເທດ 275 ລ້ານໂດລາ.
ສຳລັບ 5 ແຂວງພາກກາງ ປະກອບມີ: ແຂວງວຽງຈັນ ບໍລິຄຳໄຊ ສະຫວັນນະເຂດ ຄຳມ່ວນ ແລະ ນະຄອນຫຼວງ ວຽງຈັນ ໃນຕົວເລກສະຖິຕິຂອງນັກ ທ່ອງທ່ຽວເຂົ້າມາ ທ່ຽວໃນ 5 ແຂວງພາກກາງ ກໍມີຈຳນວນຫຼາຍຂຶ້ນ ຊຶ່ງສະແດງ ອອກສະຖິຕິໃນປີ 2008 ທີ່ຜ່ານມາ ມີນັກທ່ອງທ່ຽວສາກົນ ແລະ ພາຍ ໃນທີ່ເດີນທາງເຂົ້າມາທ່ອງທ່ຽວພາຍໃນ 5 ແຂວງພາກກາງເຖິງ 1,9 ລ້ານເທື່ອຄົນ ຊຶ່ງເປັນຕົວ ເລກທີ່ສູງຖ້າທຽບໃສ່ພາກອື່ນໆໃນ ສປປ ລາວ ດັ່ງນັ້ນ ເພື່ອສືບຕໍ່ສົ່ງເສີມວຽກງານການທ່ອງທ່ຽວ ຈຶ່ງໄດ້ຈັດງານມະຫະກຳສົ່ງເສີມ ການທ່ອງທ່ຽວເຊື່ອມຕໍ່ 5 ແຂວງ ພາກກາງ ຄັ້ງທີ III ນີ້ຂຶ້ນ.
ເຂົ້າຮ່ວມເປັນກຽດໃນງານຄັ້ງນີ້ມີທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາ ທ່ານການນຳຈາກສູນກາງ ແຂວງ ບັນດາທ່ານລັດຖະມົນຕີວ່າການ ຊ່ວຍວ່າການ ພະແນກການ ໜ່ວຍງານ ຂະ ແໜງການທີ່ກ່ຽວຂ້ອງ ແລະ ປະຊາຊົນແຂວງຄຳມ່ວນ ແລະ ແຂວງໃກ້ ຄຽງເຂົ້າຮ່ວມ.