Trang thông tin Tam giác phát triển Campuchia Lào Việt Nam tiếng Lào
ຕິດຕໍ່ພົວພັນໂຄງສ້າງເວັບໄຊຄຳເຫັນຂອງຜຸູ້ຊົມ ເລືອກພາສາ
ຕິດຕໍ່ເວັບໄຊອື່ນໆ
ຂ່າວລະອຽດ      
ລາວໂທລະຄົມ ຮ່ວມສະຫນັບສະຫນູນ 24 ຕື້ກວ່າກີບ ໃນງານມະຫາກຳກິລາຊີເກມຄັ້ງທີ 25
(21/10/2009-02:20:00 PM)
ວັນທີ 12 ຕຸລາ 2009 ທີ່ສຳນັກງານໃຫຍ່ລາວໂທລະຄົມ, ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນສັນຍາ ຜູ້ໃຫ້ການສະຫນັບສະຫນູນຢ່າງເປັນທາງການ ໃນການຈັດງານມະຫາກຳກິລາຊີເກມຄັ້ງທີ 25 ທີ່ ສປປ ລາວ
ວັນທີ 12 ຕຸລາ 2009 ທີ່ສຳນັກງານໃຫຍ່ລາວໂທລະຄົມ, ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນສັນຍາ ຜູ້ໃຫ້ການສະຫນັບສະຫນູນຢ່າງເປັນທາງການ ໃນການຈັດງານມະຫາກຳກິລາຊີເກມຄັ້ງທີ 25 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ລະຫວ່າງທ່ານ ທັນສະໄຫມ ກົມມະສິດ ຜູ້ອຳນວຍການໃຫຍ່ລາວ ໂທລະຄົມແລະ ທ່ານ ທອງມີ ພົມວີໄຊ ລັດຖະມົນຕີຊ່ວຍວ່າການກະຊວງ ແຜນການ ແລະ ການລົງທຶນ, ຫົວຫນ້າຄະນະກຳມະການ ການຕະຫລາດ ແລະ ສິດທິປະໂຫຍດ, ເປັນກຽດເຂົ້າຮ່ວມເປັນສັກຂີພິຍານ ເຊິ່ງມີທ່ານ ສຸດຖະຫນອມ ອິນທະວົງ ຮອງຫົວຫນ້າຄະນະກຳມະການ ການຕະຫລາດ ແລະ ສິດທິປະ ໂຫຍດ, ທ່ານ ທອງວັນ ວິໄລເຮືອງ ຮອງຫົວຫນ້າອົງການໄປສະນີ ແລະ ໂທລະຄົມແຫ່ງຊາດ ພ້ອມ ດ້ວຍຄະນະ ແລະ ຄະນະຜູ້ບໍລິຫານ ລລທ ພ້ອມດ້ວຍພະນັກງານວິຊາການທັງ 2 ຝ່າຍ ຕະຫລອດ ຮອດສື່ມວນຊົນທຸກຂະແຫນງການກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ການຈັດງານໃນຄັ້ງນີ້ ລາວໂທລະຄົມ ໄດ້ ໃຫ້ການສະຫນັບສະຫນູນລວມເປັນມູນຄ່າທັງຫມົດ 24,07 ຕື້ກີບ ຫລື ເທົ່າກັບ 2,7 ລ້ານໂດລາສະ ຫະລັດ, ນອກຈາກນັ້ນຍັງໄດ້ມອບເງິນສົດຈຳນວນ 860 ລ້ານກີບ ຫລື ເທົ່າກັບ 1 ແສນໂດລາສະຫະລັດ ອາເມລິກາ ເພື່ອໃຊ້ປະກອບເຂົ້າໃນການຈັດງານ ແລະ ພິເສດໄປກວ່າ ນັ້ນກໍ່ໄດ້ອຸປະຖຳເງິນ ສົດໄປແລ້ວ ຈຳນວນ 250 ລ້ານກີບໃຫ້ແກ່ສະມາຄົມກິລາຍົກນ້ຳຫນັກອີກດ້ວຍ. ເຊິ່ງລາວໂທລະຄົມໄດ້ ອຸປະຖຳຫຼັກ ໃນດ້ານອຸປະກອນໂທລະຄົມເຊັ່ນ: ລະບົບສາຍກາບໃຍແສງລະບົບ ອິນເຕີເນັດບໍ່ມີສາຍໄວແມກ (WiMax)  ແລະ ໄວໄຟ (WiFi), ລະບົບອິນເຕີແນັດຄວາມໄວສູງເທິງມືຖື (HPSA 3.5G), ລະບົບອິນເຕີແນັດ ມອບໃຫ້ STEAR, ເຄື່ອງທີ່ລະນຶກໃຫ້ກຳມະການ ແລະ ນັກກິລາ. ຈຸດປະສົງທີ່ລາວໂທລະຄົມສະຫນັບ ສະຫນູນໃນງານ ກິລາຊີເກມຄັ້ງທີ 25 ທີ່ ສປປ ລາວ ເປັນເຈົ້າພາບໃນການຈັດແຂ່ງຂັນຄັ້ງນີ້ແມ່ນ ເພື່ອ ເປັນການປະກອບສ່ວນເປັນເຈົ້າພາບ ແລະ ມີສ່ວນຮ່ວມໃນການອຳນວຍຄວາມສະດວກ ດ້ານການສື່ສານ ໃຫ້ແກ່ການຈັດງານຍິ່ງໃຫຍ່ນີ້ໃຫ້ປະສົບຜົນສຳເລັດຢ່າງສະຫງ່າງາມ.
Send mail Print this news
  ຂ່າວອື່ນໆ
    ລະດົມທຶນຊ່ວຍເຫລືອຜູ້ປະສົບເຄາະຮ້າຍ ຈາກໄພນໍ້າຖ້ວມຢູ່ແຂວງພາກໃຕ້ (21/10/2009)
    ມອບ-ຮັບ ຄຳສັ່ງປ້ອງກັນ ງານມະຫາກຳຊີເກມ ຄັ້ງທີ 25 (21/10/2009)
ຄົ້ນຫາ      
ເຫດການ      

ເລືອກເຝັ້ນ      
ພະຍາກອນຄວາມຕ້ອ?
ນ້ອຍກວ່າ
ເທົ່າກັບ
ໃຫຍ່ກວ່າ
 
Trang thông tin Tam giác phát triển Campuchia Lào Việt Nam tiếng Lào
ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ   •   ໂທລະສັບ:(856-21)415479; 454218   •   Fax: +856 21 414009   •   Email: ict@mofa.gov.la