Trang thông tin Tam giác phát triển Campuchia Lào Việt Nam tiếng Lào
ຕິດຕໍ່ພົວພັນໂຄງສ້າງເວັບໄຊຄຳເຫັນຂອງຜຸູ້ຊົມ ເລືອກພາສາ
ຕິດຕໍ່ເວັບໄຊອື່ນໆ
ຂ່າວລະອຽດ      
ມອບ-ຮັບ ຄຳສັ່ງປ້ອງກັນ ງານມະຫາກຳຊີເກມ ຄັ້ງທີ 25
(21/10/2009-02:23:00 PM)
ພິທີມອບ - ຮັບຄຳສັ່ງປ້ອງກັນງານມະຫາກຳກິລາ ຊີເກມຄັ້ງທີ 25 ທີ່ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບໄດ້ຈັດຂຶ້ນເມື່ອວັນທີ 13 ຕຸລາ 2009 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງ ວຽງຈັນ
ພິທີມອບ - ຮັບຄຳສັ່ງປ້ອງກັນງານມະຫາກຳກິລາ ຊີເກມຄັ້ງທີ 25 ທີ່ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບໄດ້ຈັດຂຶ້ນເມື່ອວັນທີ 13 ຕຸລາ 2009 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງ ວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີ ມີທ່ານພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ທ່ານ ທອງບັນ ແສງອາພອນ, ເລຂາ ທິການສູນກາງພັກ, ລັດຖະມົນຕີວ່າການກະຊວງປ້ອງກັນ ຄວາມສະຫງົບ, ມີຄະນະພັກ ກະຊວງ ປ.ກ.ສ, ຄະນະບັນຊາກົມໃຫຍ່, ຫ້ອງວ່າການ ກະຊວງ, ກົມ, ກອງບັນຊາການ, ວິທະຍາຄານ ປ.ກ.ສ ແຫ່ງຊາດ, ຫົວຫນ້າກອງບັນຊາການ ປກສ ແຂວງ, ນະຄອນຫລວງ, ຄະນະບັນຊາປ້ອງກັນງານມະຫາກຳຊີເກມຄັ້ງ ທີ 25 ກະຊວງປ້ອງກັນປະເທດ, ຕະຫລອດຮອດ ນາຍ ແລະ ພົນຕຳຫລວດ, ນາຍ ແລະ ພົນທະຫານ ເຂົ້າຮ່ວມ ຢ່າງພ້ອມພຽງ. ໃນພິທີດັ່ງກ່າວ ທ່ານ ທອງບັນ ແສງອາພອນ ໄດ້ຂຶ້ນກ່າວ ມອບຄຳສັ່ງ ກ່ຽວກັບເລື່ອງການເພີ່ມທະວີການປ້ອງກັນງານ ມະຫາກຳກິລາຊີເກມຄັ້ງທີ 25 ມີດັ່ງນີ້: 1. ໃຫ້ທຸກກົມກອງ ເຫລົ່າວິຊາສະເພາະປ້ອງກັນຄວາມສະຫງົບ, ລວມທັງທຸກກຳລັງທີ່ເຂົ້າຮ່ວມປ້ອງກັນງານມະຫາກຳກິລາ ຊີເກມຄັ້ງນີ້ແຕ່ສູນກາງລົງຮອດທ້ອງຖິ່ນ ຮາກຖານ ຈັດຕັ້ງເຊື່ອມຊຶມຄວາມຫມາຍ, ຄວາມສຳຄັນໃນການ ປ້ອງກັນຊີເກມຄັ້ງນີ້ຢ່າງເລິກເຊິ່ງຕາມແຜນການປ້ອງກັນລວມ ແລະ 9 ແຜນປະຕິບັດ ງານທີ່ກະຊວງ ວາງອອກ, ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ດ້ວຍການອອກແຮງ ເຄື່ອນໄຫວເຮັດວຽກງານ ປ້ອງກັນຄັ້ງນີ້ຢ່າງເລິກເຊິ່ງ, ຮັບປະກັນໃຫ້ທຸກໆແຂວງ, ເມືອງໃນ ທົ່ວປະເທດມີຄວາມສະຫງົບ 100%, 2. ພາຍຫລັງເຊື່ອມຊຶມແລ້ວໃຫ້ມອບຫມາຍຫນ້າ ທີ່ໃຫ້ແຕ່ລະກົມກອງ, ຈຸ, ຫນ່ວຍກອງປ້ອງກັນ ແຕ່ລະ ຈຸດ ແຕ່ລະບ່ອນ ແລະ ນຳເອົາກຳລັງທີ່ໄດ້ຈັດວາງແລ້ວເຂົ້າປະຈຳການ ຕາມການມອບຫມາຍ ເລີ່ມ ແຕ່ມື້ປະກາດມອບຫມາຍຫນ້າທີ່ນີ້ເປັນຕົ້ນໄປຢ່າງຄົບຖ້ວນ, 3. ທຸກຈຸ, ຫນ່ວຍ, ກອງ ທີ່ປ້ອງກັນ ແຕ່ລະ ຈຸດ ຕ້ອງຈັດຕັ້ງສຶກສາອົບຮົມເຊື່ອມຊຶມຫນ້າທີ່ ທີ່ໄດ້ຮັບການມອບຫມາຍ, ລົງກວດກາພື້ນທີ່ຕົວຈິງ, ຄາດກະສະພາບການຕ່າງໆ ທີ່ອາດຈະເກີດຂຶ້ນ, ຈັດວາງກຳລັງ ແລະ ຝຶກຊ້ອມການແກ້ ໄຂສະພາບການ ໃນເມື່ອມີ ເຫດການເກີດຂຶ້ນ; ກວດກາອາວຸດ ອຸປະກອນຮັບໃຊ້ໃຫ້ຢູ່ໃນສະພາບສາມາດປະຕິບັດຫນ້າ ທີ່ໄດ້ທຸກເວລາ, 4. ລັດຖະມົນຕີມອບສິດ, ມອບຄວາມຮັບຜິດຊອບໃຫ້ຜູ້ບັນຊາ, ຄະນະບັນຊາ, ຫົວຫນ້າ ຫມູ່, ຫມວດ, ກອງປ້ອງກັນທຸກຈຸດ ຊີ້ນຳບັນຊາພະນັກງານນັກຮົບຢ່າງຄົບ ຖ້ວນຕາມຫລັກການ ບັງຄັບ ບັນຊາຂອງທົ່ວກຳລັງປ້ອງກັນຄວາມສະຫງົບ, ຜູ້ບັນຊາ, ຄະນະບັນຊາຕ້ອງຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ ຜົນເສຍຕໍ່ທຸກສະພາບການເກີດຂຶ້ນຢູ່ໃນ ຂອບເຂດຕົນຮັບຜິດຊອບ, ພະນັກງານ  ນັກຮົບທຸກຄົນຕ້ອງ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ເຊື່ອຟັງຜູ້ບັງຄັບບັນຊາຢ່າງເດັດຂາດ, 5. ທຸກມື້ ທຸກເຫດການທີ່ເກີດ ຂຶ້ນຢູ່ແຕ່ລະຈຸດປ້ອງກັນ, ຢູ່ແຕ່ລະເມືອງ, ແຕ່ລະແຂວງໃນທົ່ວປະເທດ ຕ້ອງລາຍງານຂໍຄຳເຫັນຂໍຄຳສັ່ງ (ນັບທັງສິ່ງທີ່ໄດ້ແກ້ໄຂແລ້ວ ແລະ ສິ່ງທີ່ຈະຕ້ອງແກ້ໄຂ) ເຫດການດ່ວນຕ້ອງລາຍງານເປັນແຕ່ລະ ຊົ່ວ ໂມງ, ລາຍງານແຕ່ລະວັນ, ແຕ່ລະເຫດການ ໃຫ້ຜູ້ບັນຊາສູງສດ ແລະ ກອງເລຂາປະຈຳການໃຫ້ທັນ ກຳນົດເວລາ, ການລາຍງານໃຫ້ໃຊ້ລະຫັດລັບຕາມທີ່ໄດ້ ເຄີຍປະຕິບັດມາ, ມອບໃຫ້ກອງເສນາປະຈຳ ການຄົ້ນຄວ້າລະຫັດແລ້ວຂໍອະນຸມັດຈາກລັດຖະມົນຕີນຳໃຊ້ໂດຍໄວ, 6. ຮຽກຮ້ອງປະຊາຊົນທຸກຊັ້ນຄົນ ທຸກເຜົ່າ ເພດໄວ, ລວມທັງ ປ.ກ.ສ ກອງຫລອນປະຈຳຢູ່ບ້ານ ຫນ່ວຍປ້ອງກັນພາຍໃນ ກອງປ້ອງກັນ ຕົວຢູ່ສຳນັກງານອົງການ ໂຮງຈັກໂຮງງານ, ໂຮງຮຽນ, ໂຮງຫມໍ, ບໍລິສັດ ຮັກສາ ຄວາມປອດໄພທຸກບ່ອນ ໃນທົ່ວປະເທດ ຈົ່ງໄດ້ເຂົ້າຮ່ວມວຽກງານປ້ອງກັນຄັ້ງນີ້ຢ່າງເປັນຂະບວນການເຮັດໃຫ້ ການປ້ອງກັນງານ ມະຫາກຳກິລາຊີເກມຄັ້ງນີ້ກາຍເປັນຫນ້າທີ່ລວມຂອງທົ່ວປວງຊົນຮອບດ້ານ, 7. ມອບໃຫ້ກົມໃຫຍ່ ການ ເມືອງ, ຄະນະພັກ  ຄະນະບັນຊາໄດ້ຕິດຕາມຜົນງານຂອງພະນັກງານ  ນັກຮົບຕະຫລອດຮອດ ປະຊາຊົນ ຊັ້ນຄົນ ທີ່ເຂົ້າຮ່ວມວຽກງານປ້ອງກັນ ໃນຄັ້ງນີ້ຢ່າງຈະແຈ້ງ ເພື່ອວ່າ ຜູ້ໃດເຮັດໄດ້ດີ, ມີຜົນງານ, ມີ ຜົນສຳເລັດຕົວຈິງ ຈະໄດ້ປະຕິບັດການຍ້ອງຍໍຢ່າງສົມກຽດ ແລະ ຖືກລະດັບຜູ້ມີຜົນງານດີ ເດັ່ນກໍ່ຈະໄດ້ຮັບ ການຍ້ອງຍໍເປັນກໍລະນີພິເສດ, ຜູ້ໃດເຮັດບໍ່ດີເຮັດໃຫ້ມີຜົນເສຍຫາຍຕໍ່ ວຽກງານປ້ອງກັນຄວາມສະຫງົບ ຄັ້ງນີ້ ກໍ່ຈະໄດ້ປະຕິບັດວິໄນຢ່າງເຂັ້ມງວດຕາມລະບຽບ ກົດຫມາຍຂອງກຳລັງປ້ອງກັນຄວາມສະຫງົບ ທີ່ ກຳນົດໄວ້, 8. ພາຍຫຼັງສຳເລັດການປ້ອງກັນງານມະຫາກຳກິລາຊີເກມ ຄັ້ງນີ້ໃຫ້ທຸກກົມກອງເຫລົ່າລົບ ວິຊາ ສະເພາະໃນທົ່ວປະເທດສະຫລຸບຖອດຖອນບົດຮຽນຢູ່ຂັ້ນຂອງຕົນ ມີຈຸດດີແລະຈຸດອ່ອນຄືແນວໃດ ມີ ບົດຮຽນໃຫມ່ຫຍັງແດ່ແລ້ວລາຍງານໃຫ້ກະຊວງ, ກະຊວງກໍ່ຈະໄດ້ຈັດຕັ້ງສະຫລຸບໃນຂອບເຂດ ທົ່ວ ປະເທດ, ກະຊວງຈະຖືເອົາບັ້ນປ້ອງກັນນີ້ເປັນການທົດສອບ ແລະ ກໍ່ສ້າງພະນັກງານ  ນັກຮົບເຕີບໃຫຍ່ ຂຶ້ນຈາກວຽກງານຕົວຈິງຕື່ມບາດກ້າວຫນຶ່ງ, 9. ຄຳສັ່ງສະບັບນີ້ມີຜົນສັກສິດນັບແຕ່ ມື້ໄດ້ປະກາດນີ້ເປັນ ຕົ້ນໄປ ໃຫ້ທຸກກົມກອງເຫລົ່າລົບວິຊາສະ ເພາະ, ພະນັກງານ  ນັກຮົບທີ່ເຮັດຫນ້າທີ່ປ້ອງກັນງານມະ ຫະກຳກິລາຊີເກມຄັ້ງທີຈົ່ງຈັດ ຕັ້ງປະຕິບັດຢ່າງບໍ່ມີເງື່ອນໄຂ, ໃຜບໍ່ປະຕິບັດຄຳສັ່ງສະບັບນີ້ຖື ວ່າເປັນ ຄວາມຜິດຢ່າງຮ້າຍແຮງ ຈະໄດ້ຄົ້ນຄວ້າທາງວິໄນຢ່າງເຂັ້ມງວດ. ຈາກນັ້ນທ່ານພັນເອກ ບຸນຊູ ນາມມະຈັກ ຫົວຫນ້າກອງບັນຊາການປ້ອງກັນສູນກາງ ກະຊວງ ປ.ກ.ສ, ຕາງຫນ້າຄະນະຊີ້ນຳລວມປ້ອງກັນມະຫາ ກຳກິລາຊີເກມຄັ້ງທີ 25 ຂຶ້ນຮັບເອົາຄຳສັ່ງດັ່ງກ່າວ. ໃນໂອກາດນີ້ ທ່ານຮອງນາຍົກ, ລັດຖະມົນຕີ ພົນໂທ ດວງໃຈ ພິຈິດ ກໍ່ໄດ້ໃຫ້ກຽດໂອ້ລົມ ເພື່ອເປັນການຊີ້ທິດເຍືອງທາງ ໃຫ້ແກ່ການຈັດຕັ້ງປະຕິບັດ ຫນ້າທີ່ ວຽກງານປ້ອງກັນໃຫ້ແກ່ງານມະຫາກຳກິລາຊີເກມ ຄັ້ງທີ 25 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນຄັ້ງນີ້ໃຫ້ໄດ້ບັນລຸຫມາກຜົນຢ່າງຈົບງາມ.

Send mail Print this news
  ຂ່າວອື່ນໆ
    ລະດົມທຶນຊ່ວຍເຫລືອຜູ້ປະສົບເຄາະຮ້າຍ ຈາກໄພນໍ້າຖ້ວມຢູ່ແຂວງພາກໃຕ້ (21/10/2009)
    ລາວໂທລະຄົມ ຮ່ວມສະຫນັບສະຫນູນ 24 ຕື້ກວ່າກີບ ໃນງານມະຫາກຳກິລາຊີເກມຄັ້ງທີ 25 (21/10/2009)
ຄົ້ນຫາ      
ເຫດການ      

ເລືອກເຝັ້ນ      
ພະຍາກອນຄວາມຕ້ອ?
ນ້ອຍກວ່າ
ເທົ່າກັບ
ໃຫຍ່ກວ່າ
 
Trang thông tin Tam giác phát triển Campuchia Lào Việt Nam tiếng Lào
ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ   •   ໂທລະສັບ:(856-21)415479; 454218   •   Fax: +856 21 414009   •   Email: ict@mofa.gov.la