Trang thông tin Tam giác phát triển Campuchia Lào Việt Nam tiếng Lào
ຕິດຕໍ່ພົວພັນ
ໂຄງສ້າງເວັບໄຊ
ຄຳເຫັນຂອງຜຸູ້ຊົມ
ເລືອກພາສາ
ໜ້າທຳອິດ
ແນະນຳກ່ຽວກັບສາມ ຫຼ່ຽມພັດທະນາ
ຈຸດພິເສດແລະເງືອນໄຂ ໃນການພັດທະນາ
ທິດທາງການຮ່ວມມື ແລະ ລາຍການເຄື່ອນໄຫວ
ພະຍາກອນໃນການພັດທະນາ ເສດທະກິດ - ສັງຄົມ
ຂ່າວສານຈາກບັນດາປະ ເທດສະມາຊິກ
ເອກະສານຄົ້ນຄວ້າ
ຕິດຕໍ່ເວັບໄຊອື່ນໆ
- ເລືອກ ເວັບໄຊ -
Đảng Cộng sản Việt Nam
Quốc hội
Chính phủ
Mặt trận tổ quốc Việt Nam
Bộ Nông nghiệp & Phát triển Nông thôn
Bộ Tài chính
Bộ Ngoại giao
Bộ Văn hóa, Thể thao & Du lịch
Bộ Giao thông vận tảI
Bộ Xây dựng
Bộ Y tế
Bộ Công thương
Bộ Thông tin & Truyền thông
Bộ Tư pháp
Bộ Khoa học và Công nghệ
Bộ Giáo dục & Đào tạo
Bộ Lao động, Thương binh & Xã hội
Bộ Thương mại
Ngân hàng Nhà nước Việt Nam
Ủy ban Dân tộc
Thanh tra Chính Phủ
Hà Nội
Thành phố Hồ Chí Minh
Thành phố Hải Phòng
Thành phố Đà Nẵng
Thành phố Cần Thơ
Khu công nghệ cao thành phố Hồ Chí Minh
Khu công nghệ cao Hòa Lạc
Ban Quản lý Khu kinh tế Dung Quất
Khu kinh tế mở Chu Lai
Bắc Ninh - tiềm năng và triển vọng
Ban quản lý các khu công nghiệp Phú Thọ
Ban quản lý các khu công nghiệp Quảng NinhBáo Thái Nguyên
Tỉnh Bắc Kạn
Tỉnh Bình Định
Tỉnh Bình Dương
Tỉnh Cà Mau
Tỉnh Đồng Nai
Tỉnh Hà Nam
Tỉnh Hà Tây
Tỉnh Lạng Sơn
Tỉnh Lào Cai
Tỉnh Nam Định
Tỉnh Nghệ An
Tỉnh Quảng Bình
Tỉnh Quảng Ngãi
Tỉnh Quảng Ninh
Tỉnh Quảng Trị
Tỉnh Thái Nguyên
Tỉnh Thanh Hóa
UNDP Việt Nam
World Bank Việt Nam
Ngân hàng Phát triển Châu Á
Ngân hàng Hợp tác Quốc tế Nhật Bản
Tổng cục Thống kê
Viện Quản lý Kinh tế Trung ương
Viện Chiến lược Phát triển
Trung tâm Thông tin Dự báo KT-XH Quốc gia
Báo đầu tư
Cục Đầu tư nước ngoài
Vụ Quản lý Đấu thầu
Cục Phát triển doanh nghiệp nhỏ và vừa
Dự án Chia sẻ
Dự án hỗ trợ xây dựng và thực hiện Chương trình Nghị sự 21 của Việt Nam
Bản tin Khu công nghiệp Việt Nam
Trung tâm Hỗ trợ Kỹ thuật DNNVV Hà Nội
ຂ່າວລະອຽດ
ລະດົມທຶນຊ່ວຍເຫລືອຜູ້ປະສົບເຄາະຮ້າຍ ຈາກໄພນໍ້າຖ້ວມຢູ່ແຂວງພາກໃຕ້
(21/10/2009-02:25:00 PM)
ເພື່ອປະຕິບັດຕາມແຈ້ງການຂອງຄະນະເລຂາທິການ ລັດຖະບານສະບັບເລກທີ 1796/ຄລບ; ລົງວັນທີ 2 ຕຸລາ 2009 ກ່ຽວກັບໃຫ້ຈັດຕັ້ງປຸກລະດົມບໍລິຈາກ ເພື່ອຊ່ວຍເຫລືອ ຜູ້ປະສົບເຄາະຮ້າຍຈາກໄພນ້ຳຖ້ວມ
ເພື່ອປະຕິບັດຕາມແຈ້ງການຂອງຄະນະເລຂາທິການ ລັດຖະບານສະບັບເລກທີ 1796/ຄລບ; ລົງວັນທີ 2 ຕຸລາ 2009 ກ່ຽວກັບໃຫ້ຈັດຕັ້ງປຸກລະດົມບໍລິຈາກ ເພື່ອຊ່ວຍເຫລືອ ຜູ້ປະສົບເຄາະຮ້າຍຈາກໄພນ້ຳຖ້ວມ ຢູ່ບັນດາແຂວງພາກໃຕ້.ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງຫນ້າໃຫ້ລັດຖະບານ ສປປ ລາວ ຂໍຖືເປັນກຽດແຈ້ງຂ່າວມາຍັງ ບັນດາອົງການຈັດຕັ້ງພັກ ລັດ, ອົງການຈັດຕັ້ງສັງຄົມ, ເອກະຊົນ, ອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ, ຕະຫລອດເຖິງອົງກອນພຸດທະສາສະຫນາ ແລະ ປະຊາຊົນລາວ ບັນດາເຜົ່າທຸກຖ້ວນຫນ້າ. ຄືດັ່ງບັນດາທ່ານໄດ້ຮູ້ກັນແລ້ວວ່າ: ສະພາບດິນຟ້າອາ ກາດ ຂອງໂລກໃນປະຈຸບັນມີການຜັນແປຢູ່ຕະຫລອດເວລາ ເວົ້າລວມ ເວົ້າສະເພາະຢູ່ ສປປ ລາວ ຂອງ ພວກເຮົາໃນວັນທີ 28-30/9/2009 ທີ່ຜ່ານມານີ້ ໄດ້ມີລົມພາຍຸເກດສະຫນາລູກ ທີ 16 ພັດເຂົ້າບັນດາ ແຂວງທາງພາກກາງ ແລະ ໃຕ້ຂອງປະເທດເຮົາ ໂດຍສະເພາະແມ່ນແຂວງສະຫວັນນະເຂດ, ເຊກອງ, ສາລະວັນ ແລະ ອັດຕະປືຊຶ່ງໄດ້ເຮັດໃຫ້ເກີດມີລົມແຮງ ແລະ ຝົນຕົນຫນັກຕິດຕໍ່ກັນຫລາຍຊົ່ວໂມງຈາກນັ້ນ ໄດ້ເຮັດໃຫ້ນໍ້າ ໃນຫ້ວຍນໍ້າລຳເຊ ຍຶ່ງຂຶ້ນໄວ ແລະ ໄຫລສຸຖ້ວມເອົາເຮືອນຊານບ້ານຊ່ອງ, ໂຮງຮຽນ, ໂຮງຫມໍ, ພື້ນຖານໂຄງລ່າງ, ເນື້ອທີ່ການຜະລິດເປັນຈຳນວນຫລວງຫລາຍເຮັດໃຫ້ມີຜູ້ເສຍຊີວິ ແລະ ສູນຫາຍຈຳນວນຫນຶ່ງ ແລະ ສ້າງຄວາມເສຍຫາຍແກ່ຊັບສິນຂອງລັດ ແລະ ປະຊາຊົນພົນລະເມືອງ ເປັນຈຳນວນບໍ່ຫນ້ອຍ, ຜ່ານການປະເມີນຄວາມເສຍຫາຍ ແລະ ການລາຍງານເບື້ອງຕົ້ນຂອງແຂວງ ສະຫວັນນະເຂດ, ເຊກອງ ແລະ ອັດຕະປື ສາມາດຊ່ວຍໃຫ້ພວກເຮົາຮູ້ໄດ້ວ່າ: ຢູ່ແຂວງເຊກອງມີ 4 ເມືອງ, 29 ບ້ານຖືກກະທົບ, ເຮືອນເສຍຫາຍ 197 ຫລັງ, ສັດລ້ຽງງົວ, ຄວາຍ 939 ໂຕ, ຫມູ 401 ໂຕ, ແບ້ 229 ໂຕ ແລະ ສັດປີກ 1.204 ໂຕ, ເນື້ອທີ່ນາຖືກນໍ້າຖ້ວມ 109 ເຮັກຕາ, ຄາດຄະເນຜົນ ເສຍຫາຍເບື້ອງຕົ້ນປະມານ 40 ກ່ວາຕື້ກີບ. ຢູ່ແຂວງອັດຕະປືມີ 5 ເມືອງ, 53 ບ້ານ, ຄົນຕາຍ 9 ຄົນ (ໄດ້ຊາກສົບແລ້ວ 1 ຄົນ), ມູນຄ່າຄວາມເສຍຫາຍເບື້ອງຕົ້ນຕໍ່ຊັບສິນຂອງປະຊາຊົນ ແລະ ຂອງລັດ ມີ ມູນຄ່າຈຳນວນ 4.094.876.000 ກີບ, ຄາດຄະເນຄວາມເສຍຫາຍຕໍ່ພື້ນທີ່ການຜະລິດ ເຂົ້າຂອງ ປະຊາຊົນບໍ່ຫລຸດ 90% ຂອງເນື້ອທີ່ ຫລື ເທົ່າກັບ 13.000-18.000 ກ່ວາເຮັກຕາ, ພື້ນທີ່ການຜະລິດ ອື່ນໆນອກຈາກເຂົ້າເຊັ່ນ: ພືດ, ຕົ້ນໄມ້ກິນຫມາກຄາດຄະເນເສຍຫາຍຫລາຍກ່ວາ 3.000 ເຮັກຕາ, ສັດລ້ຽງເສຍຫາຍ 10 ບ້ານຂອງ 5 ເມືອງເຊັ່ນ : ຄວາຍ 427 ໂຕ, ງົວ 703 ໂຕ, ແບ້ 161 ໂຕ, ຫມູ 1.036 ໂຕ, ສັດປີກ 7.998 ໂຕ, ຄວາມເສຍຫາຍກ່ຽວກັບຊັບສິນເຊັ່ນ : ເຮືອນ, ເຄື່ອງໃຊ້ໄຟຟ້າ, ເຄື່ອງໃຊ້ຄອບຄົວ, ສະບຽງອາຫານ, ເງິນ, ຄຳ ແລະ ອື່ນໆ ເສຍຫາຍຫລາຍກ່ວາ 300 ຕື້ກີບ. ຄວາມ ເສຍຫາຍທາງດ້ານໂຄງລ່າງເຊັ່ນ: ຂົວ ແລະ ທາງໃນເບື້ອງຕົ້ນປະມານ 38.505.000.000 ກີບ, ຊົນລະ ປະທານປະມານ 30.368.380.000 ກີບ. ຢູ່ແຂວງສະຫວັນນະເຂດ 5 ເມືອງ, 29 ບ້ານ ແລະ 7.410 ຄົນ ຖືກກະທົບ, ຕາຍ 2 ຄົນ, ພື້ນທີ່ນາຖືກນໍ້າຖ້ວມຈຳນວນ 382,3 ເຮັກຕາ, ເນື້ອທີ່ສວນ 600 ເຮັກຕາ. ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ບຸກຄົນ ແລະ ຄອບຄົວຜູ້ທີ່ປະສົບເຄາະຮ້າຍຈາກໄພພິບັດໃນຄັ້ງນີ້, ພາຍຫລັງທີ່ໄດ້ຮັບຮູ້ຂໍ້ມູນລາຍງານກ່ຽວກັບເຫດການໄພນໍ້າຖ້ວມທີ່ເກີດຂຶ້ນ, ໃນວັນທີ 30 ກັນຍາ 2009 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ປະທານຄະນະກຳມະການ ຄຸ້ມຄອງໄພພິບັດແຫ່ງຊາດໄດ້ນຳພາທີມງານຊ່ວຍເຫລືອກູ້ໄພພ້ອມທັງອຸປະກອນ ແລະ ພາຫະນະຕ່າງໆ ຂອງກອງກຳລັງທະຫານລົງສົມທົບກັບອຳນາດການປົກຄອງທ້ອງຖິ່ນຈັດຕັ້ງປະຕິບັດຊ່ວຍເຫລືອສຸກເສີນຮີບດ່ວນ, ຊຶ່ງໄດ້ເຮັດໃຫ້ຜູ້ປະສົບເຄາະຮ້າຍມີຄວາມປອດໄພ ແລະ ໄດ້ຮັບການຊ່ວຍເຫລືອບັນເທົາທຸກ ໃນ ເບື້ອງຕົ້ນ. ວັນທີ 3 ຕຸລາ 2009 ທ່ານນາຍົກລັດຖະມົນຕີ ພ້ອມກັບພາກສ່ວນກ່ຽວຂ້ອງໃນຄະນະ ລັດຖະບານໄດ້ລົງຕິດຕາມຊ່ວຍເຫລືອບັນເທົາທຸກອົບອຸ່ນອຳນາດການປົກຄອງ ແລະ ປະຊາຊົນຜູ້ທີ່ຖືກ ກະທົບຈາກໄພພິບັດໃນຄັ້ງນີ້. ພ້ອມກັນນັ້ນກໍ່ໄດ້ມີການວາງແຜນຊ່ວຍຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ
ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວໂດຍການລະດົມກຳລັງຂອງທະຫານ.
- ຕຳຫລວດທຸກກົມກອງ ແລະ ຜູ້ອາສາສະຫມັກຊາວຫນຸ່ມເຂົ້າຮ່ວມຊ່ວຍເຫລືອຢ່າງຕັ້ງຫນ້າ. ນອກຈາກນີ້ ກໍ່ຍັງມີຫລາຍພາກສ່ວນນັບທັງພາກລັດ, ເອກະຊົນ ທຸລະກິດ, ບັນດາບໍລິສັດ, ບັນດາແຂວງ ໄດ້ປະກອບ ສ່ວນຊ່ວຍເຫລືອທາງດ້ານວັດຖຸຕ່າງໆໃນເບື້ອງຕົ້ນເຊັ່ນ: ເຄື່ອງນຸ່ງຫົ່ມ, ເຂົ້າກິນ, ຜ້າເຕັ້ນກາງນອນ, ນໍ້າດື່ມ, ອາຫານແຫ້ງ ແລະ ອື່ນໆ… ສະນັ້ນ, ເພື່ອເສີມຂະຫຍາຍມູນເຊື້ອສາມັກຄີ, ຄວາມເອື້ອເຟື້ອ ຊ່ວຍເຫລືອເຊິ່ງກັນ ແລະ ກັນຂອງປວງຊົນລາວເຮົາ ໃນການຊ່ວຍເຫລືອແກ້ໄຂຊີວິດການເປັນຢູ່ ຂອງ ຜູ້ປະສົບເຄາະຮ້າຍຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້, ນະໂອກາດນີ້ ຂ້າພະເຈົ້າໃນນາມຕາງຫນ້າລັດຖະບານ ສປປ ລາວ ກໍ່ຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອີກເທື່ອຫນຶ່ງຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງອົງການຈັດຕັ້ງທຸກພາກສ່ວນທັງພາກລັດ - ເອກະຊົນ, ບັນດາຊັ້ນຄົນໃນສັງຄົມ, ພາກສ່ວນ ທຸ ລະກິດ, ບໍລິສັດ, ຫ້າງຮ້ານ, ພະນັກງານລັດຖະກອນ, ອົງການຈັດຕັ້ງທາງສັງຄົມ ແລະ ວິຊາຊີບ ເພື່ອ ປະກອບສ່ວນເຂົ້າໃນການຊ່ວຍເຫລືອຜູ້ປະສົບເຄາະຮ້າຍ ແລະ ຟື້ນຟູບູລະນະພື້ນຖານວັດຖຸເຕັກນິກ ແລະ ຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ, ຊຶ່ງການບໍລິຈາກນັ້ນຈະເປັນເງິນ, ເປັນເຂົ້າຂອງເຄື່ອງໃຊ້ໃນ ຄອບຄົວ ຫລື ອຸປະກອນການຜະລິດ, ເປັນເຄື່ອງອຸປະໂພກ - ບໍລິໂພກ, ຢາປົກພະຍາດ ແລະ ອື່ນໆ ທີ່ ຈຳເປັນໃນການດຳລົງຊີວິດກໍ່ໄດ້. ສຳລັບຜູ້ທີ່ມີນໍ້າໃຈສັດທາຢາກໃຫ້ການບໍລິຈາກຊ່ວຍເຫລືອ ສາມາດ ບໍລິຈາກໄດ້ທີ່ສູນຮັບການບໍລິຈາກຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃນໂມງລັດຖະການ
ໂທລະສັບ: 222776, 219450. 213005
ມືຖື: 020 5628905, 5654494, 5939925, 5606269
ແຟັກ: 252685, 213287 ຫລື ທ່ານ ສາມາດໂອນເງິນເຂົ້າບັນຊີຫມາກເລກລຸ່ມນີ້:
ທະນາຄານການຄ້າຕ່າງປະເທດລາວ
Send mail
Print this news
ຂ່າວອື່ນໆ
ມອບ-ຮັບ ຄຳສັ່ງປ້ອງກັນ ງານມະຫາກຳຊີເກມ ຄັ້ງທີ 25
(21/10/2009)
ລາວໂທລະຄົມ ຮ່ວມສະຫນັບສະຫນູນ 24 ຕື້ກວ່າກີບ ໃນງານມະຫາກຳກິລາຊີເກມຄັ້ງທີ 25
(21/10/2009)
ຄົ້ນຫາ
ເຫດການ
ເລືອກເຝັ້ນ
ພະຍາກອນຄວາມຕ້ອ?
ນ້ອຍກວ່າ
ເທົ່າກັບ
ໃຫຍ່ກວ່າ
Trang thông tin Tam giác phát triển Campuchia Lào Việt Nam tiếng Lào
ໜ້າທຳອິດ
|
ໂຄງສ້າງເວັບໄຊ
|
ຕິດຕໍ່ພົວພັນ
|
ຕິດຕໍ່ເວັບໄຊອື່ນໆ
ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ
ທີ່ຢູ່:
ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ •
ໂທລະສັບ:
(856-21)415479; 454218 •
Fax:
+856 21 414009 •
Email:
ict@mofa.gov.la