Trang thông tin Tam giác phát triển Campuchia Lào Việt Nam tiếng Lào
ຕິດຕໍ່ພົວພັນໂຄງສ້າງເວັບໄຊຄຳເຫັນຂອງຜຸູ້ຊົມ ເລືອກພາສາ
ຕິດຕໍ່ເວັບໄຊອື່ນໆ
ຂ່າວລະອຽດ      
ໂຄງການຊ່ວຍເຫຼືອວຽກງານອາຊຽນໄລຍະສອງ
(11/12/2009-01:49:00 PM)
ວັນທີ 10 ທັນວາ 2009 ຢູ່ທີ່ໂຮງແຮມໂນໂວເທວ ນະຄອນຫຼວງວຽງຈັນ ກົມອາຊຽນ ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມປະຈຳປີຂອງໂຄງການຊ່ວຍເຫຼືອວຽກງານ ອາຊຽນໄລຍະສອງ
ດຍການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອ ການພັດທະນາ ພາຍໃຕ້ການເປັນປະທານຂອງທ່ານ ອາລຸນແກ້ວ ກິດຕິຄຸນ ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫົວໜ້າເຈົ້າໜ້າທີ່ອາວຸ ໂສອາຊຽນຂອງ ສປປ ລາວ ມີຜູ້ແທນເຂົ້າຮ່ວມຈາກກະຊວງການຕ່າງປະເທດ ແລະ ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການອື່ນໆທີ່ກ່ຽວ ຂ້ອງ ສະຫະພັນແມ່ຍິງ ແລະ ຜູ້ຕາງໜ້າຈາກ
UNDP.

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບຜົນຂອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດັ່ງກ່າວ ໃນໄລຍະ 1 ປີຜ່ານມາ ເຊິ່ງໂຄງການດັ່ງກ່າວແມ່ນເພື່ອ ສ້າງຄວາມເຂັ້ມແຂງໃຫ້ ສປປ ລາວ ໃນການເຊື່ອມໂຍງເຂົ້າກັບອາຊຽນຢ່າງມີປະສິດທິພາບ ແລະ ຮັດແໜ້ນຂອດປະສານງານພາຍໃນສປປລາວ ກ່ຽວກັບການເຄື່ອນໄຫວວຽກງານອາຊຽນ ໂດຍສະເພາະກອງເລຂາອາຊຽນແຫ່ງຊາດ ກັບບັນດາຈຸດປະສານງານອາຊຽນຢູ່ແຕ່ລະກະຊວງ ແລະ ອົງການ ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ ໃນໂອກາດດຽວກັນນີ້ ກອງປະຊຸມຍັງໄດ້ສືບຕໍ່ສະເໜີແຜນວຽກງານສຳລັບປີ 2010 ໂດຍເນັ້ນ ໃສ່ການຈັດຕັ້ງຜັນຂະຫຍາຍກົດບັດອາຊຽນ ແລະ ການສ້າງປະຊາຄົມອາຊຽນ ອັນປະກອບດ້ວຍ 3 ແຜນແມ່ບົດ ຄື: ແຜນແມ່ບົດຂອງປະຊາຄົມການ ເມືອງ ແລະ ຄວາມໝັ້ນຄົງອາຊຽນ ແຜນແມ່ບົດຂອງປະຊາຄົມເສດຖະກິດອາຊຽນ ແລະ ແຜນແມ່ບົດຂອງປະຊາຄົມສັງຄົມວັດທະນະທຳອາຊຽນ ແນ ໃສ່ຮັບປະກັນການສ້າງປະຊາຄົມອາຊຽນໃຫ້ສຳເລັດໃນປີ 2015.


Vientianemai.net
Send mail Print this news
  ຂ່າວອື່ນໆ
    ລະດົມທຶນຊ່ວຍເຫລືອຜູ້ປະສົບເຄາະຮ້າຍ ຈາກໄພນໍ້າຖ້ວມຢູ່ແຂວງພາກໃຕ້ (21/10/2009)
    ມອບ-ຮັບ ຄຳສັ່ງປ້ອງກັນ ງານມະຫາກຳຊີເກມ ຄັ້ງທີ 25 (21/10/2009)
    ລາວໂທລະຄົມ ຮ່ວມສະຫນັບສະຫນູນ 24 ຕື້ກວ່າກີບ ໃນງານມະຫາກຳກິລາຊີເກມຄັ້ງທີ 25 (21/10/2009)
ຄົ້ນຫາ      
ເຫດການ      

ເລືອກເຝັ້ນ      
ພະຍາກອນຄວາມຕ້ອ?
ນ້ອຍກວ່າ
ເທົ່າກັບ
ໃຫຍ່ກວ່າ
 
Trang thông tin Tam giác phát triển Campuchia Lào Việt Nam tiếng Lào
ຂ່າວສານເອເລັກໂຕຼນິກ ກ່ຽວກັບສາມຫຼ່ຽມພັດທະນາ ລາວ-ຫວຽດາມ-ກຳປູເຈຍ
ລິຂະສິດຂອງ­­­­
ທີ່ຢູ່: ເລກທີ 01004, 23 Singha Road, Vientiane Capital, Lao PDR, ນະຄອນຫລວງວຽງຈັນ   •   ໂທລະສັບ:(856-21)415479; 454218   •   Fax: +856 21 414009   •   Email: ict@mofa.gov.la