ຈຸດພິເສດ ແລະ ເງື່ອນໄຂທາງທຳມະຊາດ
1. ທີ່ຕັ້ງ ແລະ ພູມສາດ:
ເຂດສາມຫຼ່ຽມພັດທະນາ ມີຊາຍແດນລວມກັນລະຫວ່າງສາມປະເທດ ກຳປູເຈັຍ-ລາວ-ຫວຽດນາມ ຄື: ຮັດຕະນະກີຣິ, ສຕຸງແຕຼງ, ມອນດຸນກີຣິ (ກຳປູເຈັຽ); ອັດຕະປື, ສາລະວັນ, ເຊກອງ (ລາວ) ແລະ ກອນ ຕຸມ, ຢາລາຍ, ດັກລັກ, ດັກນົງ (ຫວຽດນາມ). ລວມ ມີເນື້ອທີ່ທັງໝົດ 111.021 ກມ2, ລວມພົນລະເມືອງໃນປີ 2002 ມີປະມານ 4,058 ລ້ານຄົນ (ສະເລ່ຍ 37ຄົນ/ມ2). ໃນນັ້ນ:
- ບັນດາແຂວງຂອງກຳປູເຈັຍຄື: ຮັດຕະນະກີຣິ, ສຕຸງແຕຼງ, ມອນດຸນກີຣິ ມີເນື້ອທີ່ລວມ 37.636ກມ2, ກວມ 33,9% ຂອງເນື້ອທີ່ລວມ, ພົນລະເມືອງ 247,8 ພັນຄົນ, ກວມ 6,1% ຂອງພົນລະເມືອງລວມ, ສະເລ່ຍ 7ຄົນ/ ກມ2.
- ໃນບັນດາແຂວງຂອງລາວຄື: ອັດຕະປື, ສາລະວັນ, ເຊກອງ ມີເນື້ອທີ່ລວມ 28.675 ກມ2, ກວມ 25,8% ຂອງເນື້ອທີ່ລວມ, ພົນລະເມືອງ 482,1ພັນຄົນ, ກວມ 11,9% ຂອງພົນລະເມືອງລວມ, ສະເລ່ຍ 17 ຄົນ/ກມ2.
- ໃນບັນດາແຂວງຂອງຫວຽດນາມຄື: ກອນຕຸມ, ຢາລາຍ, ດັກລັກ, ດັກນົງ ມີເນື້ອທີ່ລວມ 44.710 ກມ2, ພົນລະເມືອງ 3,328 ພັນຄົນ, ກວມ 40,3% ຂອງເນື້ອທີ່ລວມ, 82% ຂອງພົນລະເມືອງລວມ ແລະ ສະເລ່ຍ 74 ຄົນ/ ກມ2.
2. ອຸນຫະພຸມ:
ອຸນຫະພຸມຢູ່ເຂດຊາຍແດນຂອງສາມປະເທດ ແມ່ນຜົນສະທ້ອນຈາກແສງຕາເວນ, ການໝູນວຽນຂອງຊັ້ນອາກາດ ແລະ ທີ່ຕັ້ງທາງພູມສາດ ຊຶ່ງມີທີ່ຕັ້ງຂອ້ນຂ້າງສູງ ແລະ ກາຍເປັນເຂດອາກາດຮ້ອນຊຸ່ມ ມີລົມຕາມລະດູ. ໃນລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນມີຝົນຕົກຫຼາຍ, ອາກາດເຢັນສະບາຍ, ກົງກັນຂ້າມ ລະດູໜາວ ແລະ ລະດູແລ້ງບໍ່ມີຝົນຕົກ, ແຫ້ງແລ້ງຮຸນແຮງຍ້ອນຜົນກະທົບຈາກລົມໜາວຈາກພາກຕາເວັນອອກທາງພູຫຼວງຕາເວັນອອກ.
ບັນຫາທີ່ເປັນຂໍ້ຫຍຸ້ງຍາກແມ່ນລະດູຝົນ, ຝົນຕົກໜັກເຮັດໃຫ້ເກີດມີນ້ຳຖ້ວມ, ນ້ຳອັ່ງ, ດິນເຊາະ ເຈື່ອນເມື່ອປ່າໄມ້ຖືກທຳລາຍເປັນບໍລິເວນກ້ວາງ.
ລະບົບອຸນຫະພຸມຢູ່ເຂດສາມຫຼ່ຽມພັດທະນາມີອຸນຫະພຸມຂ້ອນຂ້າງສູງ, ມີແນວໂນ້ມລຸດຕ່ຳລົງແຕ່ພາກໃຕ້ຂຶ້ນຫາພາກເໜືອ ແລະ ແຕ່ຕ່ຳຂຶ້ນຫາບ່ອນສູງ.
- ເຂດທີ່ອຸນຫະພຸມສູງ ແມ່ນສະເລ່ຍໃນເດືອນສູງກ່ວາ 250C ເຊັ່ນຢູ່ເຂດທົ່ງພຽງອັດຕະປື, ທົ່ງພຽງລຽບຕາມຝັ່ງແມ່ນ້ຳຂອງ, ເຊກອງ ຂອງແຂວງ ສຕຸງແຕຼງ ແລະ ຮັດຕະນະກິຣິ, ເຂດແຈວແຣວ...
- ເຂດທີ່ອຸນຫະພຸມຕ່ຳ ແມ່ນສະເລ່ຍໃນເດືອນຕ່ຳກ່ວາ 210C ເຊັ່ນຢູ່ເຂດພູພຽງບໍລິເວນ, ເຂດພູງສູງຊາຍແດນລະຫ່ວາງແຂວງ ກອນຕຸມ, ແຂວງເຊກອງ ແລະ ແຂວງ ອັດຕະປື.
- ຄວາມຜິດດ່ຽງອຸນຫະພຸມໃນປີຕ່ຳ, ແຕ່ຄວາມຜິດດ່ຽງອຸນຫະພຸມວັນ ຄືນ ສູງສົມຄວນ, ບາງຄັ້ງບັນລຸເຖິງ 150C.
ເຂດສາມຫຼ່ຽມພັດທະນານີ້ ມີອຸນຫະພຸມເໝາະສົມກັບການຜະລິກກະສິກຳ, ແຕ່ຂາດນ້ຳໃນລະດູແລ້ງ,ຖ້າແກ້ໄຂບັນຫານ້ຳ ເຂດສາມຫຼ່ຽມພັດທະນານີ້ມີທ່າແຮງບົ່ມຊ້ອນສຳຄັນຫຼາຍຢ່າງໃນການພັດທະນາດ້ານກະສິກຳລາກຫຼາຍຊະນິດ ແລະ ມີປະສິດທິຜົນສູງ.
- ລະດັບນ້ຳຝົນຢູ່ເຂດເຕີຍງວຽນ:
- ລະດັບນ້ຳຝົນຢູ່ເຂດເຕີຍງວຽນເພີ້ມສູງຂຶ້ນແຕ່ເຂດຕ່ຳຂຶ້ນຫາເຂດສູງ. ບາງບ່ອນປະລິມານຝົນຕົກຫຼາຍທົບ 2-3ເທົ່າບ່ອນອື່ນ. ລະດູແລ້ງຈະເລີ່ມແຕ່ເດືອນ 1 ເຖິງເດືອນ 5, ລະດູຝົນເລີ່ມແຕ່ເດືອນ 6 ເຖິງເດືອນ 12. ເຂດເຕີຍງວຽນມີສອງລະບົບອາກາດຂອງເຂດພູພຽງປະສົມກັນເປັນຈຸດພິເສດສະເພາະ ທາງອາກາດ, ທາງເບື້ອງຝາກພູທີ່ຮັບລົມທາງທິດຕາເວນຕົກສຽງໃຕ້ຄືເຂດ ປເລກູ ມີປະລິມານຝົນຕົກປະມານ 2.600-2.800 ມມ, ຊຶ່ງສູງກວ່າເຂດ ອື່ນໆເຊັ່ນ: ພູພຽງ ບວນມາຖວດ(1.600-1.800 ມມ). ສ່ວນເຂດອື່ນໆຄືເຂດ ແຈວແຣວ ມີປະລິມານນ້ຳຝົນ (ຕ່ຳ ຫຼື ສູງກ່ວາ 1.200ມມ). ເຂດພື້ນທີ່ຕ່ຳອານເຄ, ກຼົງບຸກ (ປະມານ1.400 ມມ). ເຂດພູພຽງ ປເລກູ, ດັກນົງ, ບວນມາຖວດ ມີຈຳນວນວັນຝົນຕົກ ສະເລ່ຍ 140-150 ວັນ. ເຂດຮ່ອມພູແມ່ນ້ຳ ບາ, ພູພຽງ ອີຊຸບ (Ea Soup) ຈຳນວນວັນຝົນຕົກ ສະເລ່ຍ 100-120 ວັນ.
ຢູ່ເຂດຮັດຕະນະກີຣິ, ສຕຸງແຕຼງ, ມອນດຸນກີຣິ, ອັດຕະປື, ສາລະວັນ, ເຊກອງ ລະດັບຝົນຕົກຖືກແຍ່ງອອກເປັນ 2 ລະດູຈະແຈ້ງ: ລະດູຝົນເລີ້ມແຕ່ເດືອນ 5 ເຖິງທ້າຍເດືອນ 10, ກວມ 80-90% ປະລິມານນ້ຳຝົນໃນປີ, ຕໍ່ຈາກນັ້ນແມ່ນລະດູແລ້ງ ແລະສິ້ນສຸດລະຫ່ວາງທ້າຍເດືອນ 4 ຂອງປີຕໍ່ມາ ແລະ ກວມ 10-20% ປະລິມານນ້ຳຝົນໃນປີ. ຈຸດທີ່ມີປະລິມານຝົນຕົກຫຼາຍກ່ວາໝູ່ແມ່ນຢູ່ເຂດພູພຽງບໍລິເວນ (ຈຸດເກັບນ້ຳຝົນ ປາກຊ່ອງ) 3.374ມມ, ທົ່ງພຽງອັດຕະປື 2.270ມມ, ເຂດຮັດຕະນະກີຣິ ແລະ ສຕຸງແຕຼງ ປະມານ 1.800-3.000ມມ. ຢູ່ເຂດທີ່ມີປະລິມານຝົນຕົກນ້ອຍທີ່ສຸດ ກໍຍັງຫຼາຍກວ່າ 1.500ມມ (ເຂດພູສູງທາງພາກເໜືອແຂວງອັດຕະປື ແລະ ແຂວງເຊກອງ). ຈຳນວນວັນຝົນຕົກສະເລ່ຍ 140-150 ວັນ.